ຂ້າມໄປຫາເນື້ອຫາ

ລະບົບບໍລິຫານໂຮງຮຽນເທິງຄລາວ ສຳລັບລາວ ແລະ ໄທ

ນັກຮຽນຄ່າຮຽນເຊັກຊື່ ຄົບໃນລະບົບດຽວ

ລະບົບສ້າງງວດຄ່າຮຽນໃຫ້ເອງ ອອກໃບຮັບເງິນທັນທີ ເຊັກຊື່ດ້ວຍບັດ QR ແລະ ໃຫ້ຜູ້ປົກຄອງເບິ່ງຂໍ້ມູນຂອງລູກຜ່ານເວັບ ໂດຍບໍ່ຕ້ອງຕິດຕັ້ງໂປຣແກຣມ

ທົດລອງໃຊ້ຟຣີ 14 ມື້ ທຸກຟີເຈີ ບໍ່ມີຄ່າໃຊ້ຈ່າຍລະຫວ່າງທົດລອງ

  • ໃຊ້ໃນມືຖື ແທັບເລັດ ຄອມ
  • ພາສາລາວ–ໄທ
  • ກີບ · ບາດ · ໂດລາ
  • ຫຼາຍສາຂາ

ຟີເຈີ

ວຽກໂຮງຮຽນທຸກມື້ ຈົບໃນລະບົບດຽວ

ຂໍ້ມູນນັກຮຽນ ຄ່າຮຽນ ການມາຮຽນ ຄະແນນ ແລະ ການສື່ສານກັບຜູ້ປົກຄອງເຊື່ອມກັນໝົດ ແຍກສິດຕາມໜ້າທີ່ ແລະ ສາຂາ

  • ນັກຮຽນ ແລະ ຫ້ອງຮຽນ

    • ຂໍ້ມູນນັກຮຽນ ຜູ້ປົກຄອງ ຮູບຖ່າຍ ແລະ ຂໍ້ມູນສຸຂະພາບ
    • ຊັ້ນຮຽນ ຫ້ອງຮຽນ ຫຼາຍສາຂາ ຍ້າຍຫ້ອງ/ສາຂາພ້ອມປະຫວັດ
    • ເລື່ອນຊັ້ນຕາມຜົນການຮຽນ ແລະ ຕົວຊ່ວຍຂຶ້ນສົກຮຽນໃໝ່
    • ນຳເຂົ້າລາຍຊື່ນັກຮຽນຈາກໄຟລ໌ Excel
  • ຄ່າຮຽນ ແລະ ໃບຮັບເງິນ

    • ຕັ້ງຄ່າຮຽນລາຍເດືອນ ຫຼື ລາຍພາກ ລະບົບສ້າງງວດໃຫ້ນັກຮຽນເອງ
    • ສ່ວນຫຼຸດພີ່ນ້ອງ ແລະ ສ່ວນຫຼຸດຕາມກຸ່ມຄິດໃຫ້ອັດຕະໂນມັດ
    • ຮັບເງິນສົດ/ໂອນ ອອກໃບຮັບເງິນ ແລະ ປິດຍອດປະຈຳວັນຂອງຄົນເກັບເງິນ
    • ຕິດຕາມຍອດຄ້າງ ສົ່ງໃບແຈ້ງຍອດໃຫ້ຜູ້ປົກຄອງທາງ WhatsApp
  • ເຊັກຊື່ ແລະ ສະແກນບັດ

    • ເຊັກຊື່ລາຍຫ້ອງໃນມືຖື ມາ ມາຊ້າ ຂາດ ລາ
    • ສະແກນ QR ເທິງບັດນັກຮຽນດ້ວຍກ້ອງມືຖື
    • ປະຕິທິນໂຮງຮຽນ ວັນພັກບໍ່ນັບເປັນວັນຂາດ
  • ຄະແນນ ແລະ ຜົນການຮຽນ

    • ປ້ອນຄະແນນຕາມຮອບ ຕັ້ງສູດຄິດຄະແນນສະຫຼຸບເອງ
    • ພິມໃບຜົນການຮຽນຂອງນັກຮຽນ
    • ເລືອກເຜີຍແຜ່ຄະແນນໃຫ້ຜູ້ປົກຄອງເບິ່ງເທື່ອລະຮອບ
  • ຕາຕະລາງສອນ

    • ຈັດຕາຕະລາງສອນລາຍຫ້ອງ ກັນຄູສອນຊ້ອນຊົ່ວໂມງ
    • ຄູເຫັນຕາຕະລາງສອນຂອງມື້ນີ້ທີ່ໜ້າທຳອິດ
    • ກັອບປີ້ຕາຕະລາງສອນໄປສົກຮຽນໃໝ່
  • ໜ້າເວັບຜູ້ປົກຄອງ

    • ຜູ້ປົກຄອງເບິ່ງຍອດຄ້າງ ການມາຮຽນ ແລະ ຄະແນນຂອງລູກທາງເວັບ ບໍ່ຕ້ອງລົງແອັບ
    • ສົ່ງສະລິບໂອນຄ່າຮຽນ ແລະ ຂໍລາອອນລາຍ ໂຮງຮຽນກວດແລ້ວອະນຸມັດ
    • ປະກາດຂ່າວສານເຖິງຜູ້ປົກຄອງທັງໂຮງຮຽນ ຫຼື ລາຍຫ້ອງ
  • ໃບສະໝັກຮຽນ ແລະ ເອກະສານ

    • ຮັບໃບສະໝັກຮຽນອອນລາຍ ຜູ້ສະໝັກຕິດຕາມສະຖານະໄດ້ເອງ
    • ຮັບເຂົ້າເປັນນັກຮຽນຈາກໃບສະໝັກໄດ້ທັນທີ
    • ອອກເອກະສານຢັ້ງຢືນ ແລະ ພິມບັດນັກຮຽນມີ QR
  • ລາຍງານ KPI ແລະ Telegram

    • ສູນລາຍງານນັກຮຽນ ການເງິນ ການມາຮຽນ ແລະ ຄະແນນ
    • KPI ເຊັ່ນ ອັດຕາມາຮຽນ ອັດຕາເກັບຄ່າຮຽນໄດ້ ນັກຮຽນລາອອກ
    • ຜູ້ບໍລິຫານໄດ້ສະຫຼຸບປະຈຳວັນທາງ Telegram
    • ບັນທຶກລາຍຈ່າຍ ລາຍຮັບອື່ນ ແລະ ເງິນເດືອນພະນັກງານ

ວິດີໂອ

ເບິ່ງການຮັບເງິນຄ່າຮຽນແທ້

ຄົ້ນຫານັກຮຽນ ເລືອກງວດທີ່ຕ້ອງຈ່າຍ ແລ້ວອອກໃບຮັບເງິນໄດ້ທັນທີ

ເລີ່ມນຳໃຊ້ໄດ້ພາຍໃນມື້ດຽວ

  1. ສະໝັກ

    ຕັ້ງຊື່ໂຮງຮຽນ ແລະ ທີ່ຢູ່ເວັບ ເລືອກໂຮງຮຽນລັດ ຫຼື ເອກະຊົນ

  2. ຕັ້ງສົກຮຽນ ນຳເຂົ້ານັກຮຽນ

    ຕົວຊ່ວຍເລີ່ມຕົ້ນນຳໃຊ້ພາຕັ້ງຊັ້ນຮຽນ ຫ້ອງຮຽນ ແລະ ຄ່າຮຽນເທື່ອລະຂັ້ນ

  3. ເລີ່ມຮັບເງິນ ເຊັກຊື່

    ຮັບເງິນຄ່າຮຽນພ້ອມໃບຮັບເງິນ ແລະ ໃຫ້ຄູເຊັກຊື່ຈາກມືຖືໄດ້ເລີຍ

ລາຄາ

ລາຄາຊັດເຈນ ເລືອກຕາມຂະໜາດໂຮງຮຽນ

ຈ່າຍລາຍເດືອນ ຫຼື ລາຍປີ ອັບເກຣດໄດ້ເມື່ອຈຳນວນນັກຮຽນເພີ່ມຂຶ້ນ ຊຳລະໂດຍໂອນຜ່ານທະນາຄານ ຫຼື ສະແກນ QR

ສ່ວນເສີມ

ຊື້ສະເພາະຟີເຈີທີ່ຕ້ອງການ ໂດຍບໍ່ຕ້ອງປ່ຽນແພັກເກດ

  • ລາຍຈ່າຍ ແລະ ກຳໄລຂາດທຶນ 80,000 ₭/ເດືອນ 800,000 ₭/ປີ
  • ແຈ້ງເຕືອນ Telegram 50,000 ₭/ເດືອນ 500,000 ₭/ປີ

ຄຳຖາມ

ຄຳຖາມທີ່ພົບເລື້ອຍ

ຜູ້ປົກຄອງຕ້ອງລົງແອັບບໍ?

ບໍ່ຕ້ອງ ຜູ້ປົກຄອງເປີດໜ້າເວັບຜູ້ປົກຄອງຈາກລິ້ງເຊີນທີ່ໂຮງຮຽນສົ່ງໃຫ້ ເຂົ້າດ້ວຍເບີໂທ ແລະ ລະຫັດ PIN 6 ຕົວ ແລ້ວເບິ່ງຂໍ້ມູນຂອງລູກຕາມທີ່ໂຮງຮຽນເປີດໃຫ້ເບິ່ງ

ເກັບຄ່າຮຽນລາຍເດືອນ ຫຼື ລາຍພາກຮຽນໄດ້ບໍ?

ໄດ້ທັງສອງແບບ ລະບົບສ້າງງວດໃຫ້ນັກຮຽນທຸກຄົນເອງ ຄິດສ່ວນຫຼຸດພີ່ນ້ອງໃຫ້ອັດຕະໂນມັດ ແລະ ຍົກຍອດຄ້າງຈາກລະບົບເກົ່າເຂົ້າມາໄດ້

ເຊັກຊື່ດ້ວຍບັດນັກຮຽນຕ້ອງມີເຄື່ອງສະແກນບໍ?

ບໍ່ຕ້ອງ ໃຊ້ກ້ອງມືຖື ຫຼື ແທັບເລັດສະແກນ QR ເທິງບັດນັກຮຽນທີ່ພິມຈາກລະບົບໄດ້ເລີຍ ຫຼື ຈະເຊັກຊື່ຈາກລາຍຊື່ໃນຫ້ອງກໍ່ໄດ້

ຕ້ອງຕິດຕັ້ງໂປຣແກຣມບໍ?

ບໍ່ຕ້ອງ ໃຊ້ງານຜ່ານບຣາວເຊີ (Chrome, Safari, Edge) ໄດ້ທັນທີ ໃນມືຖືສາມາດເພີ່ມໄວ້ໜ້າຈໍຫຼັກເພື່ອເປີດຄືແອັບໄດ້

ຖ້າອິນເຕີເນັດຫຼຸດຈະເປັນແນວໃດ?

ລະບົບເຮັດວຽກແບບອອນລາຍ ຈຶ່ງຕ້ອງໃຊ້ອິນເຕີເນັດ (ໃຊ້ເນັດມືຖືແທນໄດ້) ຖ້າເນັດຫຼຸດຊົ່ວຄາວ ລະບົບຈະເຊື່ອມຕໍ່ໃໝ່ເອງ

ໃຊ້ກັບຫຼາຍສາຂາໄດ້ບໍ?

ໄດ້ ແຕ່ລະສາຂາມີນັກຮຽນ ຫ້ອງຮຽນ ແລະ ການເກັບເງິນແຍກກັນ ຍ້າຍນັກຮຽນຂ້າມສາຂາພ້ອມປະຫວັດ ແລະ ກຳນົດໃຫ້ພະນັກງານເຫັນສະເພາະສາຂາຂອງຕົນເອງ

ຂໍ້ມູນປອດໄພບໍ ມີສຳຮອງຂໍ້ມູນບໍ?

ຂໍ້ມູນຂອງແຕ່ລະໂຮງຮຽນແຍກອອກຈາກກັນ ເຊື່ອມຕໍ່ແບບເຂົ້າລະຫັດ ມີການສຳຮອງຂໍ້ມູນອັດຕະໂນມັດທຸກຄືນ ຮູບນັກຮຽນເປີດໄດ້ສະເພາະຜູ້ມີສິດ ແລະ ບັນທຶກປະຫວັດການແກ້ໄຂທີ່ສຳຄັນໄວ້ກວດສອບຍ້ອນຫຼັງ

ໃຊ້ກັບອຸປະກອນຫຍັງໄດ້ແດ່?

ມືຖື ແທັບເລັດ ຫຼື ຄອມພິວເຕີທີ່ມີບຣາວເຊີ ພິມໃບຮັບເງິນໄດ້ທັງເຄື່ອງພິມຄວາມຮ້ອນ ແລະ A4 ແລະ ໃຊ້ກ້ອງມືຖືສະແກນບັດນັກຮຽນ

ປ່ຽນແພັກເກດ ຫຼື ຍົກເລີກໄດ້ບໍ?

ໄດ້ຕະຫຼອດເວລາ ອັບເກຣດ ຫຼື ຊື້ສ່ວນເສີມໄດ້ຈາກໜ້າແພັກເກດໃນລະບົບ ຖ້າບໍ່ຕໍ່ອາຍຸກໍ່ຢຸດໃຊ້ງານໄດ້ ໂດຍບໍ່ມີສັນຍາຜູກມັດ

ຊຳລະເງິນແນວໃດ?

ໂອນຜ່ານທະນາຄານ ຫຼື ສະແກນ QR ແລ້ວແຈ້ງຊຳລະໃນໜ້າແພັກເກດຂອງລະບົບ ລະບົບຈະຕໍ່ອາຍຸໃຫ້ຫຼັງກວດສອບຍອດ

ຮອງຮັບພາສາ ແລະ ສະກຸນເງິນຫຍັງແດ່?

ໜ້າຈໍມີພາສາລາວ ແລະ ໄທ ສະຫຼັບໄດ້ທຸກເວລາ ແລະ ຕັ້ງສະກຸນເງິນຫຼັກໄດ້ (ກີບ ບາດ ໂດລາ ແລະ ອື່ນໆ)

ຕິດຕໍ່

ລົມກັບພວກເຮົາໄດ້ເລີຍ

ສອບຖາມການນຳໃຊ້ ຂໍເບິ່ງຕົວຢ່າງ ຫຼື ໃຫ້ພວກເຮົາຊ່ວຍຕັ້ງຄ່າລະບົບໃຫ້ສະຖານສຶກສາຂອງທ່ານ

ພ້ອມໃຫ້ວຽກໂຮງຮຽນງ່າຍຂຶ້ນແລ້ວບໍ?

ທົດລອງໃຊ້ຟຣີ 14 ມື້ ທຸກຟີເຈີ ບໍ່ມີຄ່າໃຊ້ຈ່າຍລະຫວ່າງທົດລອງ

ສະໝັກໃຊ້ຟຣີ
ການເຊື່ອມຕໍ່ຂາດ ກຳລັງເຊື່ອມຕໍ່ໃໝ່… ຢ່າປິດໜ້ານີ້ ລາຍການໃນກະຕ່າຍັງຢູ່
ເຊື່ອມຕໍ່ບໍ່ສຳເລັດ ກວດອິນເຕີເນັດແລ້ວກົດລອງໃໝ່
ໜ້ານີ້ໝົດອາຍຸແລ້ວ ບິນທີ່ຊຳລະສຳເລັດແລ້ວຖືກບັນທຶກໄວ້ຄົບ ກະຕ່າທີ່ຍັງບໍ່ຊຳລະຕ້ອງເລືອກສິນຄ້າໃໝ່